ການໃຫ້ຄວາມສຳຄັນແກ່ມໍລະດົກທາງດ້ານວັດທະນະທຳ ຂອງປະຊາຊົນທີ່ມີໃນເຂດພູຫີນປູນ ແມ່ນຈະມີໜ້ອຍກວ່າ ການໃຫ້ຄວາມສຳຄັນຕໍ່ສະພາບແວດລ້ອມທາງທໍາມະຊາດ, ທີ່ເປັນພື້ນທີ່ເຂດທຳມາຫາກິນຂອງເຂົາເຈົ້າ. ຈຸດພິເສດທີ່ມີຄືດັ່ງກ່າວ ອາດຍ້ອນມີຜົນພວງມາຈາກ ສະພາບທີ່ມີການຍົກຍ້າຍຂອງພົນລະເມືອງ ທີ່ມີໃນຊ່ວງສັດຕະວັດທີ XX, ຕົ້ນຕໍກໍ່ແມ່ນໃນຊ່ວງ ຫລັງສົງຄາມໂລກຄັ້ງທີສອງ ທີ່ສົ່ງຜົນສະທ້ອນມາຍັງແຫລມອິນດູຈີນນີ້. ກ່ຽວກັບມໍລະດົກທາງດ້ານຕ່າງໆ ຂອງຕົນທີ່ມີ ຊາວບ້ານຈະເນັ້ນໜັກເປັນພິເສດ ໃສ່ການນຳໃຊ້ຂອບເຂດ ແລະ ພື້ນທີ່ໆ ເປັນມໍລະດົກດັ່ງກ່າວ ເປັນບ່ອນບໍລິການທາງດ້ານການທ່ອງທ່ຽວ.