ໃນເຂດພູຫີນປູນນີ້ ຈຸດທີ່ນັກທ່ອງທ່ຽວມາທ່ຽວຫລາຍກວ່າໝູ່ກໍ່ແມ່ນຖໍ້າກອງລໍ – ນາຕານ. ເປັນຖໍ້ານໍ້າລອດ ທີ່ມີລວງຍາວປະມານ 7 ກິໂລແມັດ ທີ່ມີສາຍນໍ້າຫີນບູນໄຫລຜ່ານ ທັງເປັນເສັ້ນທາງຄົມມະນາຄົມທາງນໍ້າ ໃຊ້ຕິດຕໍ່ພົວພັນນຳກັນ ລະຫວ່າງ ບ້ານນາຕານ ແລະ ບ້ານກອງລໍ.

ຖໍ້າກອງລໍ ເປັນຖໍ້າທີ່ມີນັກທ່ອງທ່ຽວ ນິຍົມໄປທ່ຽວຫລາຍທີ່ສຸດຂອງແຂວງຄຳມ່ວນ (ປະມານ 20 000 ຄົນໃນປີ 2019), ເປັນທີ່ຮູ້ຈັກກັນດີຂອງນັກທ່ອງທ່ຽວ ວ່າ ເປັນຖໍ້າທີ່ມີຄວາມສວຍສົດງົດງາມເປັນພິເສດ ທີ່ມີໃນເຂດ ອາຊີ.

ຕາມເສັ້ນທາງນ້ອຍ ຊຶ່ງໃນປະຈຸບັນ ພວກເຮົາກໍ່ຍັງສາມາດນຳໃຊ້ໄດ້ຢູ່ໃນການຍ່າງຂ່າມຜາດັ່ງກ່າວນັ້ນ ແຕ່ຕ້ອງມີຜູ້ນຳພາທາງ ທີ່ເປັນຄົນຊາວບ້ານເອງ. ໃນສະໄໝກ່ອນນັ້ນ ຊາວບ້ານບໍ່ກ້າທີ່ຈະໄປທາງນໍ້າ ລອດຖໍ້າ ຍ້ອນເຂົາເຈົ້າຢ້ານຜິມະເຫສັກຫລັກເມືອງຂອງປູ່ຄຳແດງ ແລະ ຍາແມ່ແພງສີ. ຍ້ອນຊາວບ້ານປະກົດເຫັນຜີດປົກກະຕິມາຫລາຍຄັ້ງ ເປັດບ້ານທີ່ລອຍອອກມາຈາກຖໍ້າ. ຊາວບ້ານຈຶ່ງມີການຕັດສີນໃຈ ເຂົ້າໄປສຳຫລວດເບິ່ງຖໍ້າ ແລະ ຕໍ່ຈາກນັ້ນມາ ຈຶ່ງໄດ້ມີການນຳມາໃຊ້ ເປັນເສັ້ນທາງຄົມມະນາຄົມທາງນໍ້າ ໃຊ້ຕິດຕໍ່ກັນ ຂອງທັງສອງບ້ານ

ການເຄື່ອນໄຫວວຽກງານທີ່ຜ່ານມາຂອງອົງການ ເຕຕຼັກຕິດສ໌ ກໍ່ໄດ້ເຮັດໃຫ້ເກິດມີຂຶ້ນມາ ການຈັດຕັ້ງລວມໝູ່ຂອງທັງສອງບ້ານ ກອງລໍ ແລະ ນາຕານ, ເພື່ອມາຮັບຜິດຊອບໃນການບໍລິຫານ ແລະ ຈັດການຮ່ວມກັນ ໃນແຫລ່ງທ່ອງທ່ຽວຖໍ້າກອງລໍ – ນາຕານ ນັ້ນກໍ່ຄື : ສທກນ (ສະມາຄົມການທ່ອງທ່ຽວແບບອະນູລັກກອງລໍ-ນາຕານ). ການຈັດຕັ້ງລວມໝູ່ຂອງຊາວບ້ານດັ່ງກ່າວ ມັນກໍ່ເປັນສະມາຄົມການທ່ອງທ່ຽວແບບອະນຸລັກ ແຫ່ງທຳອິດຂອງ ສປປ. ລາວ, ແລະ ເປັນສະມາຄົມທີ່ມີສະມາຊິກທັງໝົດ 400 ຄົນ ໃນປີ 2022 ແລະ ທັງເປັນສະມາຄົມທີ່ມີໜ້າທີ່ໃນການບໍລິຫານ ແລະ ຈັດການແບບຍືນຍົງໃນແຫລ່ງທ່ອງທ່ຽວທີ່ເປັນມໍລະດົກທາງດ້ານທຳມະຊາດດັ່ງກ່າວ.