ອີງໃສ່ ຄຳສະເໜີຂອງທ່ານເຈົ້າແຂວງໆ ຄຳມ່ວນອົງການ, ທາງອົງການ ເຕຕຼັກຕິດສ໌ ກໍ່ໄດ້ເຮັດວຽກຢູ່ລາວມາຕັ້ງແຕ່ປີ 2008 ເພື່ອທຳການອະນຸລັກ ແລະ ການນຳໃຊ້ໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ ບັນດາຖໍ້າທີ່ມີຢູ່ແຂວງຄຳມ່ວນ.

ໃນໄລຍະເວລາຂອງການເຄື່ອນໄຫວວຽກງານທີ່ມີການສົມທົບກັບຫລາຍພາກສ່ວນ ດັ່ງກ່າວ, ບັນດາພາກສ່ວນທີ່ມີສ່ວນຮ່ວມໃນການເຄື່ອນໄຫວວຽກງານຂອງໂຄງການ ທີ່ມີຢູ່ແຂວງຄຳມ່ວນກໍ່ໄດ້ມີການເດີນທາງ ໄປທັດສະນະຫລາຍຄັ້ງຢູ່ທີ່ແຄວ້ນ ອາກແດສ໌ ຂອງຟະລັ່ງ ແລະ ກໍ່ມີຄວາມສົນໃຈບົດຮຽນທີ່ດີ ທີ່ມີຢູ່ຟະລັ່ງ ໃນວຽກງານການປົກປັກຮັກ, ການນຳໃຊ້ໃຫ້ເກີດປະໂຫຍດ ແລະ ວິທີການໃນການບໍລິຫານ ແລະ ຈັດການສະພາບແວດລ້ອມທຳມະຊາດ.

ເພື່ອເປັນການສືບຕໍ່ວຽກງານ ແລະ ເພື່ອເປັນການຜັນຂະຫຍາຍ ອອກໄປອີກຕື່ມຜົນງານທີ່ມີຂອງການຮ່ວມມືກັນຄືດັ່ງກ່າວ, ທາງແຂວງຄຳມ່ວນ, ໂດຍເປັນການສົມທົບກັນທາງອົງການ ສະແມກ (SMERGC) ແລະ ທາງອົງການ ເຕຕຼັກຕິດສ໌ ກໍ່ໄດ້ມີການກຳນົດຮ່ວມກັນຂຶ້ນມາ ແຜນງານຂອງການຮ່ວມມືຶໃນລະດັບທ້ອງຖິ່ນ ໃນເປົ້າໝາຍ ທັງໃນການປົກປັກຮັກສາ ແລະ ການນຳໃຊ້ໃຫ້ເກີດຜົນປະໂຫຍດ ທຳມະຊາດທີ່ມີໃນເຂດພູຜາຫີນປູນ. ດ້ວຍການສະໜັບສະໜູນທາງດ້ານການເງິນ ຈາກທາງອົງການ ຟະລັ່ງເພື່ອການພັດທະນາ (ອາແອັຟເດ), ທາງໂຄງການ ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວແບບອະນຸລັກຂອງແຂວງຄຳມ່ວນ-ອາກແດສ໌, ອົງປະກອບ ຫີນປູນ ຈຶ່ງໄດ້ທຳການເລີ່ມຕັ້ນວຽກງານ ໃນວັັນທີ 1 ມັງກອນ 2020 ເປັນຕົ້ນມາ.

ອົງປະກອບ ຫີນປູນ ມັນແມ່ນສ່ວນໜຶ່ງຂອງໂຄງການຮ່ວມມື ໃນລະດັບທ້ອງຖິ່ນ ລະຫວ່າງ ທາງແຄວ້ນອາກແດສ໌ ແລະ ທາງແຂວງຄຳມ່ວນ ທີ່ໄດ້ຮັບການສະໜັບສະໜູນ ໜ້າວຽກຂອງຂະແໜງການ ຟີກອລ໌ (ການຊ່ວຍເຫລືອໃຫ້ແກ່ໜ່ວຍງານການຈັດຕັ້ງພາກລັດ) ຂອງອົງການຟະລັ່ງເພື່ອການພັດທະນາ. ໜ່ວຍງານ ສະແມກ (ໜ່ວຍງານບໍລິຫານຖໍ້າ ໂຊເວ) ແລະ ທາງແຂວງຄຳມ່ວນ ກໍ່ໄດ້ມີການເຊັນສັນຍາ ໃນການເຮັດວຽກຮ່ວມກັນ ໃນການຈັດຕັ້ງປະຕິບັດແຜນງານຂອງ ຫີນປູ, ໃນການໃຫ້ການຊ່ວຍເຫລືອທາງດ້ານການເງິນ

ໜ່ວຍງານ ສະແມກ ເປັນການຈັດຕັ້ງພາກລັດຂອງຟະລັ່ງ ທີ່ຮັບຜິດຊອບ ໃນວຽກງານການພັດທະນາໃນເຂດເປົ້າໝາຍຂອງໂຄງການ ທີ່ປິ່ນອ້ອມໃນຂົງເຂດ ມໍລະດົກທາງດ້ານປະຫວັດສາດ ຂອງແຄວ້ນ ອາກແດສ໌. ຕົ້ນຕໍ ກໍ່ແມ່ນເປັນໜ່ວຍງານທີ່ຮັບຜິດຊອບ ໃນການຮ່າງ ແລະ ປະກອບເອກະສານເພື່ອສະເໜີຂຶ້ນເປັນ ມໍລະດົກໂລກນຳອົງການ ຢູເນັດສ໌ໂກ ຂອງຖໍ້າ ໂຊເວ, ນັບຕັ້ງແຕ່ນັ້ນມາ ອົງການ ຢູເນັດສ໌ໂກກໍ່ມີການດຳເນີນການຄຸ້ມຄອງຖໍ້າໂຊເວ ຮ່ວມກັນກັບທາງ ພາກລັດຂອງຟະລັ່ງ ຕໍ່ໜ້າທາງດ້ານກົດໝາຍຂອງຄະນະກຳມະການມໍລະດົກໂລກ.

ນອກຈາກຄວາມ ມີລະດັບຂອງທາງໜ່ວຍງານຂອງ ສະແມກ ແລ້ວ, ທາງແຄວ້ນ ອາກແດສ໌ ຂອງຟະລັ່ງ ຍັງມີປະສົບການ ແລະ ບົດຮຽນຢ່າງຫລວງຫລາຍ ກ່ຽວກັບການໝູນໃຊ້ໃຫ້ເກີດຜົນປະໂຫຍດ ມໍລະດົກ ແລະ ທຳມະຊາດຂອງຕົນທີ່ມີ. ດັ່ງເຮົາຈະເຫັນໄດ້, ໜ່ວຍງານປະສົມ ຂອງອຸທິຍານທຳມະຊາດຂອງເຂດພູອາກແດສ໌ ໄດ້ຮັບຜົນສຳເລັດ ໃນປີ 2014 ໃນການສະເໜີຂຶ້ນທະບຽນ ເປັນສວນພູມີສາດໂລກ, ຊຶ່ງສວນພູມີສາດດັ່ງກ່າວ ກໍ່ມີຈຸດພິເສດຫລາຍອັນທີ່ມີລັກສະນະຄ້າຍຄືກັນກັບແຂວງຄຳມ່ວນນີ້

ໜ້າວຽກທີ່ໄດ້ຮັບການຈັດຕັ້ງປະຕິບັດມາຈາກທາງອົງການ ເຕຕຼັກຕິດສ໌ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ໃນການນຳໃຊ້ໃຫ້ເກີດມີຜົນປະໂຫຍດທາງດ້ານເສດຖະກິດ ທີ່ມີການແບ່ງປັນກັນໄປຢ່າງມີຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ມີຄວາມເປັນທຳ ຂອງຖໍ້າກອງລໍ ກໍ່ເຮັດໃຫ້ສາມາດບັນລຸໄດ້ ເປົ້າໝາຍໃນການສ້າງຕັ້ງ ເປັນສະມາຄົມລວມໝູ່ຂອງຊາວບ້ານ. ດັ່ງເຮົາຈະເຫັນໄດ້ໃນປະຈຸບັນ, ສທກນ (ສະມາຄົມການທ່ອງທ່ຽວແບບອະນຸລັກກອງລໍ-ນາຕານ) ແມ່ນປະກອບມີສະມາຊິກທັງໝົດຈຳນວນ 400 ຄົນ, ແລະ ສາມາດເຮັດໃຫ້ຊາວບ້ານມີຄວາມເປັນເຈົ້າການ ໃນການບໍລິຫານ ແລະ ຈັດການວຽກງານການທ່ອງທ່ຽວ ທີ່ມີໃນເຂດຮ່ອມພູຂອງເຂົາເຈົ້າ, ເປັນຕົ້ນກໍ່ແມ່ນໃນວຽກງານການອະນຸລັກ ສະພາບແວດລ້ອມທຳມະຊາດ ກໍ່ຄື ທັງໝົດ ທ່າແຮງທີ່ມີໃນເຂດຮ່ອມພູທຳມະຊາດນັ້ນ. ນອກຈາກນັ້ນອີກ ສທກນ ຍັງແມ່ນສະມາຄົມທາງດ້ານການທ່ອງທ່ຽວແຫ່ງທຳອິດ ຂອງ ສປປ. ລາວ ທີ່ຮັບຜິດຊອບໃນການບໍລິຫານ ແລະ ຈັດການ ແຫລ່ງທ່ອງທ່ຽວທໍາມະຊາດ ແລະ ກໍ່ຖືວ່າ ເປັນຜົນສຳເລັດອັນໃຫຍ່ຫລວງ ຂອງການເຄື່ອນໄຫວວຽກງານຂອງໂຄງການ .
ອົງການ ເຕຕຼັກຕິດສ໌ ເຄື່ອນໄຫວວຽກງານຂອງຕົນ ໃນເຂດ ເຂດຮ່ອມພູກອງລໍ-ນາຕານ, ຖືວ່າ ເປັນຈຸດໃຈກາງຂອງໂຄງການ ຫີນປູນ.