ທາງໜ່ວຍງານ ສະແມກ (ໜ່ວຍງານຮັບຜິດຊອບ ແລະ ນຳໃຊ້ຖໍ້າໂຊເວ), ບັນດາພາກສ່ວນທີ່ມີສ່ວນຮ່ວມໃນການເຄື່ອນໄຫວຂອງໂຄງການ ຫີນປູນ ແຕ່ລະຝ່າຍແມ່ນໄດ້ມີການສະໜອງບົດຮຽນ ແລະ ຄວາມຮູ້ເພີ່ມເຕີມ.

ອົງການຟະລັ່ງເພື່ອການພັດທະນາ ເປັນຜຸ້ໃຫ້ການສະໜັບສະໜູນທາງດ້ານການເງິນ ໂດຍຜ່ານທັງ 2 ໂຄງການຍ່ອຍ

  •  ໂຄງການ « ພັດທະນາເຂດຮ່ອມພູທຳມະຊາດກອງລໍ-ນາຕານ » – ໂຄງການຍ່ອຍຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (ONG) (ເລີ່ມຕັ້ງແຕ່ປີ 2016 ເປັນຕົ້ນມາ) ໄດ້ຮັບການຈັດຕັ້ງປະຕິບັດມາຈາກທາງອົງການ ເຕຕຼັກຕິດສ໌
  • ໂຄງການຫີນປູນ (KARST) – ໂຄງການຍ່ອຍການຊ່ວຍເຫລືອໃຫ້ແກ່ການຈັດຕັ້ງພາກລັດ (FICOL) (ເລີ່ມຕັ້ງແຕ່ປີ 2020 ເປັນຕົ້ນມາ)

ໜ່ວຍງານສະແມກ (ການຮັບຜິດຊອບ ແລະ ນຳໃຊ້ຖໍ້າໂຊເວ) ເປັນຜູ້ກວດກາ ແລະ ຕິດຕາມທັງໝົດການເຄື່ອນໄຫວວຽກງານຂອງໂຄງການ ທາງໄກຈາກຟະລັ່ງ. ໜ່ວຍງານສະແມກຈະເປັນຜູ໊ຮັບຜິດຊອບໃນການພົວພັນກັບທາງອົງການ ອາແອັຟເດ.

ພະແນກ ຖວທ ແຂວງຄຳມ່ວນ ເປັນພະແນກການທາງດ້ານວິຊາສະເພາະ ແລະ ທາງດ້ານການຈັດຕັ້ງຂອງແຂວງຄໍາມ່ວນ. ໜ້າວຽກຮັບຜິດຊອບກໍ່ແມ່ນ ວຽກງານທາງດ້ານວັດທະນະທຳ ແລະ ວຽກງານທາງດ້ານການທ່ອງທ່ຽວ. ພະແນກການນີ້ ກໍ່ໄດ້ເປັນເຈົ້າຂອງໂຄງການຮ່ວມ ຂອງໂຄງການຍ່ອນ ຫີນປູນ (KARST) ນີ້.

ບັນດາພາກສ່ວນທີ່ມີສ່ວນຮ່ວມໃນໂຄງການຍ່ອຍ ຫີນປູນ (KARST) ກໍ່ຈະມີດັ່ງນີ້: