ການສ້າງເປັນສວນພູມີສາດໂລກ ກໍ່ເປັນການສ້າງ ພື້ນທີ່ຂອງການອະນຸລັກມໍລະດົກທາງດ້ານວັດຖຸ (ທໍລະນີວິທະຍາ, ຄວາມຫລາກຫລາຍຂອງຊີວະນາໆ ພັນ, …) ແລະ ທາງດ້ານຈິດໃຈ (ຮີດຄອງປະເພນີ, …). ສວນພູມີສາດໂລກ ມັນແມ່ນເຄື່ອງມືໜຶ່ງທີ່ປະເສີດ ສຳລັບການເຮັດໃຫ້ມີສະພາບຂອງຄວາມຍືນຍົງຂອງຮູບແບບຂອງການພັດທະນາຄົນ ແລະ ເຮັດໃຫ້ມີຄວາມສົມດູນ ກັບສະພາບແວດລ້ອມທຳມະຊາດ, ໃນຂອບເຂດຂອງໂຄງການທີ່ກ່ຽວຂ້ອງ. ໃນເມື່ອເນື້ອທີ່ໃດໜຶ່ງ ທີ່ມີການຂຶ້ນທະບຽນເປັນສວນພູມີສາດໂລກ, ກໍ່ຈະສາມາດໄດ້ຮັບການເຂົ້າເຖິງເຄືອຂ່າຍສາກົນຂອງສວນພູມີສາດໂລກ, ທີ່ໄດ້ຮັບການອຳນວຍຄວາມສະດວກໃນການແລກປ່ຽນປະສົບການນຳກັນ.
ການຂຶ້ນທະບຽນເປັນ ສວນພູມີສາດໂລກ ຂອງອົງການ ຢູເນັດສ໌ໂກ ກ່ອນອື່ນເປັນການສ້າງຄວາມມີຄຸນຄ່າຂອງພື້ນທີ່ໃດໜຶ່ງ ໃນນາມທີ່ເປັນພື້ນທີ່ໆ ມີຈຸດພິເສດທາງດ້ານທໍລະນີວິທະຍາ ທີ່ມີຄວາມສວຍສົດງົດງາມເປັນພິເສດ ໃນລະດັບສາກົນ. ເມື່ອເປັນຄືແນວນັ້ນ ພື້ນທີ່ກໍ່ຈະມີຊື່ສຽງເພີ່ມຂຶ້ນ, ແລະ ເປັນເຄືອຂ່າຍສາກົນຂອງສວນພູມີສາດໂລກ.
ນັບຕັ້ງແຕ່ຕອນຕົ້ນຂອງຊູມປີ 2000 ເປັນຕົ້ນມາ, ເຄືອຂ່າຍຂອງ ສວນພູມີສາດໂລກກໍ່ໄດ້ມີການປະກອບສ້າງຂຶ້ນມາໃນຫລາຍລະດັບ (ລະດັບໂລກ, ລະດັບພາກພື້ນ, ລະດັບຊາດ), ຊຶ່ງກໍ່ໄດ້ເປັນພື້ນຖານອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານນຳກັນ, ການແລກປ່ຽນປະສົບການນຳກັນ, ຕະຫລອດເຖິງການແຮກສ່ຽວນຳກັນ.
ສວນພູມີສາດໂລກ ຍັງມີຫລາຍພາລະກິດ ທີ່ກ່ຽວຂ້ອງກັບການນຳໃຊ້ໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ ມໍລະດົກທາງດ້ານຕ່າງໆ ຂອງຕົນທີ່ມີ ດ້ວຍການສົ່ງເສີມໃຫ້ມີການ :
- ປົກປັກຮັກສາ ຈຸດທີ່ເປັນທຳມະຊາດ ທີ່ຍັງໄດ້ຮັບຜົນກະທົບຈາກ ຂະບວນການຂອງທຳມະຊາດຂອງສິ່ງທີ່ມີຊີວິດ, ຈຸດທີ່ມີການຊະລ້າງຂອງດິນ, ລຯລ… ດ້ວຍການແກ້ໄຂ ກົນໄກດັ່ງກ່າວ ;
- ການສົ່ງເສີມ ແລະ ການປຸກຈິດສຳນຶກ ກ່ຽວກັບມໍລະດົກທາງດ້ານທໍລະນີວິດທະຍາ ໃຫ້ແກ່ຊຸມຊົນ ດ້ວຍການນຳໃຊ້ເຄື່ອງມືຂອງການສິດສອນ ;
- ການຜັກດັນຍຸດທະສາດໃນການພັດທະນາ ທາງດ້ານເສດຖະກິດ ໂດຍອີງໃສ່ ການທ່ອງທ່ຽວທາງທຳມະຊາດ/ການທ່ອງທ່ຽວເຂົ້າໃນຖໍ້າ ທີ່ມີຄວາມຍືນຍົງ. ການພັດທະນາຄືດັ່ງກ່າວ ມັນຕ້ອງໄດ້ມີການສົມທົບກັບຊາວບ້ານ ໃນນາມ ເປັນພາກສ່ວນຮ່ວມໃນການເຄື່ອນໄຫວວຽກງານ, ເປັນຜູ້ປະກອບການ ແລະ ເປັນພາກສ່ວນສຳຄັນຫລັກ ໃນຂະບວນການຂອງທ້ອງຖິ່ນທີ່ກ່ຽວຂ້ອງ.
- ການສົ່ງເສີມຫລັກການລວມ ຊຶ່ງໃນນັ້ນ ທັງໝົດມໍລະດົກທີ່ມີໃນລະດັບທ້ອງຖິ່ນ, ມໍລະດົກທາງທຳມະຊາດ ແລະ ມໍລະດົກທາງວັດທະນະທຳ ໄດ້ມີການນຳໃຊ້ໃຫ້ເກິດຜົນປະໂຫຍດທາງດ້ານເສດຖະກິດ, ເປັນຕົ້ນກໍ່ແມ່ນການພົວພັນກັນທີ່ມີ ລະຫວ່າງ ຄົົນ ແລະ ທຳມະຊາດ
ສະຖານະພາບຂອງສວນພູມີສາດໂລກ ກໍ່ໄດ້ມີການປະເຊິນໜ້າກັບສິ່ງທ້າທາຍຢູ່ຫລາຍອັນ (ການປ່ຽນແປງຂອງດິນຟ້າອາກາດ, ການຍົກຍ້າຍຖິ່ນຖານຂອງພົນລະເມືອງ, ລຯລ …). ການສ້າງເປັນສວນພູມີສາດໂລກ ເປັນການຕອບໂຈດ ຂອງບັນຫາໃນການພັດທະນາທີ່ຍັ້ງຍືນ ໂດຍນັ້ນໜັກໃຫ້ຄວາມສຳຄັນໄປໃສ່ ໃນການເຮັດໃຫ້ມີຄວາມສົມດູນກັນ ລະຫວ່າງ ທຳມະຊາດ ແລະ ຊາວບ້ານ ທີ່ເປັນຜູ້ນຳໃຊ້ແຫລ່ງຊັບພະຍາກອນທຳມະຊາດນັ້ນ.