ເຂດພູຜາຫີນປູນຂອງແຂວງຄຳມ່ວນຕັ້ງຢູ່ໃນຕອນກາງຂອງ ສປປ. ລາວ. ພື້ນທີ່ດັ່ງກ່າວ ຍັງນອນຢູ່ໃນເຂດປ່າສະຫງວນແຫ່ງຊາດພູຫີນປູນ ແລະ ເປັນສ່ວນໜຶ່ງຂອງສາຍພູຫລວງ ທີ່ມີຄວາມສວຍສົດງົດງາມເປັນພິເສດ ຂອງເຂດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີຍອດຊໍ່ຊີ້ຟ້າຄືກັນກັບຫີນໜາມໜໍ່.

ປ່າສະຫງວນແຫ່ງຊາດພູຫີນປູນ ມີເນື້ອທີ່ທັງໝົດ 2 000 ກມ². ເປັນພຶ້ນທີ່ໆ ເປັນຫີນປູນ ທີ່ມີທັງໜ້ານອກໂຜ່ອອກມາຈາກໜ້າດິນ ແລະ ມີທັງພາກສ່ວນທີ່ຢູ່ໃຕ້ດິນ ທີ່ປະກອບໄປດ້ວຍຖໍ້າ ແລະ ຮູຕ່າງໆ ຊຶ່ງສ່ວນໃຫຍ່ ໄດ້ຮັບຜົນສະທ້ອນມາຈາກຂະບວນການປະຕິກິລິຍາຂອງນໍ້າ ແລະ ຜົນສະທ້ອນຈາກການເຄື່ອນໂຕຂອງເປືອກໂລກ. ນອກຈາກນັ້ນອີກ ກໍ່ຍັງມີຜົນພວງມາຈາກ ສະພາບຂອງດິນຟ້າອາກາດຂອງເຂດຮ້ອນຊຸ່ມ ທີ່ມີການສະຫລັບລະດູການພາຍໃນປີໜຶ່ງໆ ແລະ ຍັງມີມາຈາກຝີມືຂອງມະນຸດອີກນຳ. ໃນເຂດເທືອກເຂົາຂອງພູຜາຫີນປູນດັ່ງກ່າວ, ນໍ້າໄດ້ເປັນຕົວການ ໃນການກັດເຊາະ ເປັນເວລາຍາວນານ ສຳລັບສະພາບ ຂອງການເຄື່ອນໂຕຂອງເປືອກໂລກກໍ່ເຮັດໃຫ້ເກີດມີການຍຸບຕົວຂອງໜ້າດິນ. ເຂດພູຜາຫີນປູນ ຍັງເປັນບ່ອນ ທີ່ມີຢ່າງຫລວງຫລາຍເຄືອຂ່າຍຂອງຖໍ້າ, ຊຶ່ງໃນນັ້ນ ກໍ່ມີຖໍ້າຈຳນວນໜຶ່ງຊຶ່ງຄົນສາມາດເຂົ້າໄປໄດ້. ທັງໝົດທຳມະຊາດດັ່ງກ່າວ ແມ່ນເອີ້ນວ່າ ພູຜາຫີນປູນ. ສຳລັບເຂດພູຜາຫີນປູນຂອງແຂວງຄຳມ່ວນນີ້ ຈະມີຈຸດພິເສດຄື « ມີຂະບວນການປ່ຽນແປງມາຕະຫລອດ », ໝາຍວ່າ ເປັນເຂດທີ່ມີ ສະພາບຂອງການຊະລ້າງສູງ, ສະພາບກ່ອນທີ່ຈະມິການຊະລ້າງຂອງດິນໃນເຂດນີ້ ເກືອບທັງໝົດແມ່ນເປັນເທືອກເຂົາຫີນປູນ. ພູຜາຫີນປູນດັ່ງກ່າວ ພາສາຈີນ ເອີ້ນວ່າ ເຝິງກົງ (ທັງນີ້ກໍ່ຍ້ອນວ່າ ສ່ວນໃຫຍ່ຈະມີແຕ່ໃນເຂດ ອາຊີຕາເວັນອອກສ່ຽງໃຕ້)

ເຂດພູຫີນປູນ ຈະມີຄົນຢູ່ອາໄສບໍ່ຫລາຍ ເມື່ອສົມທຽບໃສ່ກັບເຂດອື່ນໆ, ແຕ່ຮູບແບບໃນການນຳໃຊ້ຊັບພະນາກອນທຳມະຊາດຂອງຄົນ ພັດມີຫລາກຫລາຍປະເພດແຕກຕ່າງກັນອອກໄປ, ດັ່ງນັ້ນ ຈຶ່ງເຮັດໃຫ້ທັດສະນິຍະພາບຂອງທຳມະຊາດໃນເຂດນີ້ ມີຫລາກຫລາຍແຕກຕ່າງກັນອອກໄປ (ເບິ່ງໃນ ຮູບທັດສະນີຍະພາບ)

ໂດຍທ່ານ ຊັງ -ນໍແອນ ຊາໂລມັອນ, ຈຸດພິເສດເຂດພູຜາຫີນປູນ ທີ່ມີໃນເຂດຮ້ອນຊຸ່ມ, 2005