ການຊຸກຍູ້ໃຫ້ມີສ່ວນຮ່ວມຂອງຊຸມຊົນຊາວບ້ານ ໃນການບໍລິຫານ ແລະ ຈັດການ, ແລະ ໃນການນຳໃຊ້ໃຫ້ເກີດຜົນປະໂຫຍດເຂດພູຜາຫີນປູນ ມັນແມ່ນໜ້າວຽກຫລັກຂອງໂຄງການ. ເຂດພູຜາຫີນປູນ ເປັນພື້ນທີ່ໆ ຊາວບ້ານ ພາກສ່ວນໃຫຍ່ ນຳໃຊ້ເປັນບ່ອນທຳຫາກິນເພື່ອການດຳລົງຊີວິດຂອງເຂົາເຈົ້າ.

ຊຸມຊົນວັດທະນະທຳ

ພາກສ່ວນໜຶ່ງຂອງພື້ນທີ່ຂອງເຂດພູຜາຫີນປູນ ກໍ່ໄດ້ກາຍມາເປັນ ບ່ອນທຳມາຫາກິນຂອງຄົນ, ເປັນການໝູນໃຊ້ທຳມະຊາດຂອງມະນຸດ ອີງຕາມສະພາບຕົວຈິງຂອງທຳມະຊາດນັ້ນ ໄດ້ໜ້ອຍ ຫລື ຫລາຍ ສະດວກ ຫລື ຫຍຸ້ງຍາກຂອງການຜະລິດນັ້ນ. ດັ່ງນັ້ນ ເຮົາຈຶ່ງເຫັນໄດ້ວ່າ ບ່ອນທີ່ເປັນທົ່ງພຽງຂອງເຂດແຄມສາຍນໍ້າຫີນບູນ ແລະ ເຂດອ່າງໂຕ່ງຂອງ ເຂດນາຕານ ຈຶ່ງເປັນເຂດທີ່ມີການຜະລິດ ສ່ວນວ່າ ໃນເຂດຫົວພູ ທີ່ມີຈອມແຫລມ ແລະ ເປັນບ່ອນທີ່ປອກຫລ້ອນ ກໍ່ຍັງເປັນເຂດ ທີ່ຍັງຄົງເປັນທຳມະຊາດຢູ່.

ຕົວຈິງແລ້ວ, ຄົນລາວຍັງມີ ແນວຄວາມເຊື່ອຖືຜີ ທີ່ອາໄສຢູ່ຕາມຈຸດຕ່າງໆ ຂອງທຳມະຊາດເຊັ່ນ : ຢູ່ໃນຖໍ້າ, ຢູ່ໃນພູ, ຢູ່ໃນປ່າ, … ຜີທີ່ມີໃນຈຸດຕ່າງໆ ເລົ່ານັ້ນ ຊາວບ້ານຕ້ອງໄດ້ມີການນັບຖື ແລະ ບໍ່ຕ້ອງໄປລົບຫລູ່ ແລະ ຍາມວັນສິນວັນພະກໍ່ຕ້ອງໄດ້ມີການໄປໄຫວ້, ເພື່ອຂໍໃຫ້ໄດ້ຢູ່ດີກິນດີ. ແຕ່ເຖິງຈະມີການຖືຜີຄືແນວນັ້ນກໍ່ຕາມ, ຢູ່ໃນເຂດພູຜາຫີນປູນນີ້ ບັນດາບ້ານສ່ວນໃຫຍ່ກໍ່ຍັງມີວັດ. ຢູ່ເຂດນີ້, ຖ້າເຮົາເບິ່ງຜີວເຜີນ ກໍ່ຈະຄິດວ່າ ໃນແຕ່ລະບ້ານຈະມີປະເພນີ ຮີດຄອງ ແລະ ແນວຄວາມເຊື່ອຖື ທີ່ຄ້າຍຄືກັນ ແຕ່ໃນຕົວຈິງແລ້ວ ຍ້ອນການຍ້າຍມາຕັ້ງຖິ່ນຖານໃນເຂດນີ້ ມີຄວາມແຕກຕ່າງກັນອອກໄປໃນແຕ່ລະໄລຍະ ດັ່ງນັ້ນ ແນວຄວາມເຊື່ອຖື ແລະ ຮີດຄອງປະເພນີ ກໍ່ມີແຕກຕ່າງກັນອອກໄປເໝືອນກັນ.

ໜຶ່ງໃນບັນດາປະເພນີທີ່ມີຂອງຊາວບ້ານ ທີ່ມີໃນເຂດພູຜາຫີນປູນເປັນອັນເຊີດໜ້າຊູຕາກວ່າໝູ່ນກໍ່ແມ່ນບຸນຫລິ້ນຫຸ່ນ, ຢູ່ທີ່ບ້ານກອງລໍ, ມີສະເພາະຂອງຊົນຜົ່າບໍ່ ເທົ່ານັ້ນ. ສະໄໝແຕ່ກ່ອນ ເພື່ອເປັນການປັດເປົ່າ ສິ່ງທີ່ບໍ່ດີອອກໄປ ຊາວບ້ານກໍ່ໄດ້ມີການຈັດງານບຸນຄືແນວນີ້ຂຶ້ນມາໃນທຸກໆ ປີ. ມີການນຳເອົາຫົວກະໂຫລກຄວາຍຫລ້ອນ 4 ອັນໄປຝັງຢູ່ໃນບວກຄວາຍ, ຕໍ່ຈາກນັ້ນກໍ່ຈະມີພິທີລ້າງສວ່າຍ, ມີການໃຫ້ທ່ານ ແລະ ກວນຈໍ້າກໍ່ຈະເຮັດພິພີ ທາງ ໄສຍະສາດຂອງເພິ່ນ. ກວນຈໍ້າກໍ່ຈະຮູ້ໄດ້ຜີສາງນາງໄມ້ ທີ່ມາເຮັດຮ້າຍຕໍ່ຊາວບ້ານ, ຊາວບ້ານກໍ່ຈະພາກັນກິ້ງເກືອກເອົາຂີ້ຕົມ, ຕໍ່ຈາກນັ້ນ ກໍ່ຈະໄປທຳການລ້າງສວ່າຍຢູວັດ. ພິທີຕໍ່ໄປກໍ່ແມ່ນການຜູກແຂນ (ເປັນການເອີ້ນຂວັນຈາກທຸກທິດທຸກທາງ ທີ່ມີການພົວພັນຂອງການດຳລົງຊີວິດ) ເພື່ອໃຫ້ ປະຊາຊົນ ໄດ້ຢູ່ດີກິນດີ. ຕໍ່ຈາກນັ້ນກໍ່ຈະມີການເລງເຫລົ້າ ແລະ ແຫ່ຕົ້ນກະລາພຶກໄປອ້ອມບ້ານ.   


ພິທີງານບຸນດັ່ງກ່າວ ຈະມີສະເພາະຢູ່ບ້ານກອງລໍ, ແຕ່ ໃນເມື່ອມີການຈັດງານບຸນ ທີ່ໄດ້ຮັບອະນຸມັດຈາກທາງອຳນາດການປົກຄອງທ້ອງຖິ່ນໄປແລ້ວ, ຈຳພວກຄູບາ (ພະສົງ ຂອງພະພຸດທະສາດສະໜາ), ຊາວບ້ານໃກ້ຄຽງ, ຄົນຕ່າງປະເທດ, ກໍ່ສາມາດມາຮ່ວມໃນງານດັ່ງກ່າວນີ້ໄດ້. ເມື່ອເປັນຄືແນວນີ້ກໍ່ໝາຍວ່າ ບັນດາບ້ານຕ່າງໆ ແລະ ຊາວບ້ານຂອງຕ່າງບ້ານ ສາມາດມາຮ່ວມໄດ້ ມີຄວາມສາມັກຄີ ຮັກແພງກັນໄດ້ ໂດຍນຳໃຊ້ເວທີຂອງຄວາມເຊື່ອຖືທີ່ມີຄວາມແຕກຕ່າງນີ້, ແຕ່ເຕັມໄປດ້ວຍຄວາມຮັກຄວາມແພງທີ່ມີກັນ

ໜ່ວຍງານການຈັດຕັ້ງຂອງທາງຝ່າຍລາວ

ໜ່ວຍງານການຈັດຕັ້ງຝ່າຍລາວ, ເປັນເໝືອນຄູ່ຮ່ວມໃນການຮັບຜິດຊອບຕໍ່ໂຄງການ ຫິນປູນ.

ພະແນກ ຖວທ ແຂວງຄຳມ່ວນ (ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຄຳມ່ວນ, ສປປ. ລາວ)

ທ່ານ ໄຊສົມບູນ ສຸວັນດາລາ, ຫົວໜ້າພະແນກ ຖວທ

ທ່ານ ມະໂນທອງ ພົງສະຫວັດ, ຮອງຫົວໜ້າພະແນກ ຖວທ

ທ່ານນາງ ໂພໄຊ ສິມຸກດາ, ຜູ້ປະສານງານຂອງໂຄງການ ຈາກທາງພະແນກ ຖວທ ທີ່ມີຕໍ່ທາງອົງການ ເຕຕຼັກຕິດສ໌

ທ່ານ ສົມກຽດ ພິເນດ,ຫົວໜ້າຂະແໜງທ່ອງທ່ຽວ

ບັນດາພາກສ່ວນທີ່ມີສ່ວນຮ່ວມທາງດ້ານວິຊາການ

ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງທາງໂຄງການ ພູຫີນປູນ ມີການເຄື່ອນໄຫວໄດ້ດີ, ພວກເຮົາກໍ່ໄດ້ອາໄສ ເຄືອຂ່າຍ ຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ທີ່ມີການເຄື່ອນໄຫວວຽກງານ ໃນເຂດພູຜາຫີນປູນນີ້.  

ການຄົ້ນຄວ້າເພື່ອຄວາມເປັນເອກະພາບ ໃນແຜນໜ້າວຽກຂອງເຂດພູຫີນປູນ

ໂດຍ ເຕຕຼັກຕິດສ໌

ການບໍລິຫານ ແລະ ຈັດການໃນພື້ນທີ່ເຂດພູຜາຫີນປູນນີ້ ແມ່ນໄດ້ຖືກຮັບຜິດຊອບໂດຍ ໜ່ວຍງານວິຊາການຂອງການຈັດຕັ້ງພາກລັດ ທີ່ເປັນຜູ້ຕັດສິນບັນຫາ ທາງດ້ານແຜນນະໂຍບາຍ. ໂຄງການ ຫີນປູນ (KARST) ມີຈຸດປະສົງ ໃນການສ້າງເງື່ອນໄຂ ໃນການໃຫ້ຄວາມສໍາຄັນແກ່ ຄຳຄິດຄຳເຫັນຂອງຊຸມຊົນຊາວບ້ານ ໃນການຄຸ້ມຄອງເຂດພູຫີນປູນ.

ເພື່ອເປັນການສ້າງເງື່ອນໄຂໃຫ້ ບັນດາພາກສ່ວນຕ່າງໆ ທີ່ມີສ່ວນຮ່ວມໄດ້ມີສ່ວນຮ່ວມ, ເຮົາຕ້ອງໄດ້ເຂົ້າໃຈໃນວຽກງານຂອງການປູກຈິດສຳນຶກ ຊຶ່ງໃນນັ້ນ ຂັ້ນຕອນທີໜຶ່ງ ແມ່ນການປູກຈິດສຳນຶກໃຫ້ແກ່ຊາວບ້ານ, ໃຫ້ແກ່ໜ່ວຍງານການຈັດຕັ້ງພາກລັດຂອງລາວ ແລະ ໃຫ້ແກ່ພວກນ້ອງນັກຮຽນ.           
ການມີສ່ວນຮ່ວມຂອງຊຸມຊົນຊາວບ້ານ ມັນເປັນປັດໄຈຫລັກຂອງຂະບວນການໃນການພັດທະນາ ທີ່ມີໃນລະດັບພື້ນທີ່ : ການສຳຫລວດ ແລະ ເກັບກຳຂໍ້ມຸນໃນເບື້ອງຕົ້ນ ທີ່ລວມເຂົ້ານຳການສຳພາດກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນຊາວບ້ານທີ່ມີຢູ່ໃນລະດັບທ້ອງຖິ່ນ ແລະ ການເປິດກອງປະຊຸມເພື່ອເປັນການສະຫລຸບ ແລະ ລາຍງານ.
ດັ່ງນັ້ນ ວຽກງານການປູກຈິດສຳນຶກ ກ່ຽວກັບມໍລະດົກທີ່ມີຂອງເຂດພູຜາຫີນປູນ ຈຶ່ງເປັນຂັ້ນຕອນທີໜຶ່ງຂອງການປະຕິບັດໂດຍເປັນການສົມທົບກັບຊຸມຊົນ. ທຸກພາກສ່ວນຕ້ອງມີຄວາມຄວາມຮັບປະກັນໃນຄວາມເຂົ້າໃຈ. ບາດກ້າວໃນການວາງແຜນຢູ່ ພາກສະໜາມ ທີ່ມີການນຳໃຊ້ເຄື່ອງມືໃນການປູກຈິດສຳນຶກ ກໍ່ຈະເປັນການສົ່ງເສີມຄວາມຮັບຮູ້ ແລະ ການເກັບກຳເອົາໄດ້ຄຳຄິດຄຳເຫັນ ຂອງຊຸມຊົນ.

ຮູບແບບ ແລະ ວິທີການໃນການຈັດຕັ້ງປະຕິບັດຄືດັ່ງກ່າວ ມັນກໍ່ຈະເປັນພື້ນຖານເຮັດໃຫ້ມີຄວາມຮັບປະກັນ ຂອງການມີສ່ວນຮ່ວມຂອງທ້ອງຖິ່ນເຂົ້າໃນແຜນໃນການຄຸ້ມຄອງໃນທີ່ຈະມີໃນຕໍ່ໜ້ານິ້. ທາງໜ່ວຍງານການຈັດຕັ້ງຂອງທາງແຂວງ ແລະ ໜ່ວຍງານການຈັດຕັ້ງໃນລະດັບທ່ອງຖິ່ນ ແນ່ນອນ ຈະຕ້ອງ ດຳເນີການສະຫລຸບ ແລະ ຖອດຖອນບົດຮຽນ ທັງນີ້ກໍ່ເພື່ອໃຫ້ມີຄວາມຮັບປະກັນໃນການເປັນເຈົ້າໃນການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການ.