ພູຫີນປູນ ແມ່ນພື້ນທີ່ ທຳມະຊາດ ທີ່ອຸດົມສົມບູນໄປດ້ວຍມໍລະດົກທາງທໍລະນີວິທະຍາ ທີ່ມີລັກສະນະພິເສດຂອງເຂດພູຜາຫີນປູນ ທີ່ມີຮູບຮ່າງ ເປັນເໝືອນ « ປ້ອມປະການ » (ຫລື Fencong). ພູຫີນປູນໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດຂອງ ສປປ. ລາວ. ມໍລະດົກທາງດ້ານທໍລະນີ ວິທະຍາ ແລະ ມໍລະດົກທາງວັດທະທຳທີ່ມີໃນເຂດພູຫີນປູນ ກໍ່ຈະມີຈຸດພິເສດຈຳນວນໜຶ່ງ ບໍ່ວ່າທາງດ້ານ ຄວາມສວຍສົດງົດງາມຂອງທັດສະນີຍະພາບທຳມະຊາດ ກໍ່ຄືການພົວພັນ ທີ່ມີ ລະຫວ່າງ ປະຊາຊົນຊາວຊົົນນະບົດກັບສະພາບແວດລ້ອມທຳມະຊາດເຫຼົ່ານັ້ນ.

ພູຫີນປູນ ແມ່ນພື້ນທີ່ໆ ມີຄວາມສຳຄັນ ທາງດ້ານຄວາມຫລາກຫລາຍຂອງຊີວະນາໆ ພັນຂອງໂລກ 

ສັງລວມ ຂອງການວິເຄາະ ແລະ ການສຶກສາ ເກັບກຳຂໍ້ມູນ