ໃນລະຫວ່າງ ແຕ່ວັນທີ 19 ມິຖຸນາ 2022 ຫາວັນທີ 26 ມິຖຸນາ 2022, ຄະນະຜູ້ແທນລາວ, ນໍາພາໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ, ຮອງເຈົ້າແຂວງໆ ຄຳມ່ວນ, ຊຶ່ງໃນຄະນະດັ່ງກ່າວ ປະກອບໄປດ້ວຍ ຜູ້ຕາງໜ້າຈາກກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແລະ ທ່ານຜູ້ຕາງໜ້າ ຂອງສະຖານທູດ ຂອງ ສປປ. ລາວ ປະຈຳຝຣັ່ງ.  

ການພົບປະ ແລະ ການແລກປ່ຽນຄຳຄິດຄຳເຫັນນຳກັນ ກັບທາງບັນດາ ພາກສ່ວນທີ່ມີສ່ວນຮ່ວມໃນການເຄື່ອນໄຫວວຽກງານຂອງໂຄງການ ທີ່ມີຢູ່ເມືອງອາແດສ໌ ກໍ່ເຫັນວ່າ ເຕັມໄປດ້ວຍບັນຍາກາດທີ່ດີ ແລະ ສຸດທີ່ມີຄວາມອຸດົມສົມບູນທາງດ້ານເນື້ອໃນ. ບັນດາທ່ານຜູ້ແທນຂອງລາວ ສາມາດສຳພັດກັບຄວາມສວຍສົດງົດງາມ ຂອງແຫລ່ງທ່ອງທ່ຽວທີ່ສຳຄັນຂອງຝຣັ່ງ ເຊັ່ນຖໍ້າ ໂຊເວ 2, ຖໍ້າ ອາເວັນ ດອກຍັກ, ຂົວກົ່ງທຳມະຊາດ ປົງດາກ, ແລະ ສາມາດໄດ້ໄປຮູ້ ໄປເຫັນ ບັນດາກິດຈະກຳ ທີ່ເປັນການນຳໃຊ້ ຄວາມສວຍສົດງົດງາມຂອງທຳມະຊາດທີ່ມີ ມາເປັນການສົ່ງເສີມ ແລະ ພັດທະນາທາງດ້ານເສດຖະກິດຂອງທ້ອງຖິ່ນ ແລະ ພ້ອມກັນນັ້ນ ກໍ່ມີການອະນຸລັກທຳມະຊາດໄປພ້ອມກັນ ດ້ວຍຮູບການໃນການສ້າງເປັນ ສວນພູມີສາດ ຂອງທຳມະຊາດ, ໄດ້ມີການໄປທ່ຽວຊົມ ສວນໝາກກໍ່, ຕົວຈິງແລ້ວ ໝາກກໍ່ ມັນກໍ່ໄດ້ເປັນສັນຍາລັກ ຂອງເມືອງ ອາກແດສ໌..

ມີການຈັດຕັ້ງກອງປະຊຸມ ຂອງຄະນະຊີ້ນຳໂຄງການຂຶ້ນມາ ໃນວັນທີ 22 ມິຖຸນາ 2022, ເພື່ອເປັນການລາຍງານ ໝາກຜົນ ຂອງການສຶກສາ ແລະ ເກັບກຳຂໍ້ມູນ ທາງດ້ານວິຊາການ ທີ່ປະຕິບັດໃນທີ່ຜ່ານມາ, ຕະຫລອດເຖິງ ການສະເໜີແຜນໜ້າວຽກໃນຕໍ່ໜ້າຂອງໂຄງການ, ຕະຫລອດເຖິງຄວາມສາມາດເປັນໄປໄດ້ ໃນການສືບຕໍ່ບາດກ້າວທີ່ສອງ ຕໍ່ໄປອີກ ຂອງໂຄງການ ຫີນປູນ.