ສປປ. ລາວ ໄດ້ກຳນົດເອົາຍຸດທະສາດ ໃນຕໍ່ໜ້າ ໃຫ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ ທີ່ມີຄວາມຍັ້ງຍືນ. ສັນຍາ ຂອງການຮ່ວມມື ລະຫວ່າງ ແຂວງຄຳມ່ວນ ແລະ ໜ່ວຍງານ ສະແມກ ກໍ່ເປັນອັນສອດຄ່ອງກັບ ຍຸດທະສາດດັງກ່າວຂອງທາງສູນກາງ. ໜ້າວຽກຕົວຈິງ ອັນສຳຄັນຂອງໂຄງການ ຫີນປູນ ກໍ່ແມ່ນ ໃຫ້ການຊ່ວຍເຫລືອ ໃຫ້ແກ່ ທາງໜ່ວຍງານການຈັດຕັ້ງຝ່າຍລາວ ແລະ ໃຫ້ແກ່ ບັນດາຜູ້ຕາງໜ້າຂອງຊຸມຊົນຊາວບ້ານ ໃນການຈັດຕັ້ງປະຕິບັດ ຄວາມຕ້ອງການໃນການນຳໃຊ້ໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດທີ່ມີຄວາມຍັ້ງຍືນ ມໍລະດົກ ແລະ ທຳມະຊາດຂອງເຂດພູຜາຫີນປູນ
ພື້ນທີ່ຂອງແຄວ້ນ ອາກແດສ໌ ແລະ ຂອງແຂວງຄຳມ່ວນ ມີຈຸດພິເສດຫລາຍອັນທີ່ມີລັກສະນະຄ້າຍຄືກັນ ຊຶ່ງໃນນັ້ນ ຈຸດທີ່ເດັນອັນທີໜຶ່ງກໍ່ຄື ຄວາມສວຍສົດງົດງາມ ຂອງທຳມະຊາດຂອງເຂດພູຜາຫີນປູນ ທີ່ມີຂອງແຕ່ລະຝ່າຍ. ມໍລະດົກທາງທໍາມະຊາດດັ່ງກ່າວ ຍັງເປັນບ່ອນເກັບຮັກສາປະຫວັດຄວາມເປັນມາຂອງເຫດການທາງດ້ານທໍລະນີວິທະຍາອີກນຳ. ນອກຈານັ້ນອີກ, ທາງແຄວ້ນອາກແດສ໌ ຂອງຟະລັ່ງ ແລະ ແຂວງຄຳມ່ວນ ເປັນສອງເຂດ ທີ່ມີຄົນຢູ່ອາໄສ ມາໄດ້ຫລາຍພັນປີຜ່ານມາແລ້ວ ແລະ ຜູ້ຄົນທີ່ອາໄສ ຢູ່ໃນເຂດນີ້ກໍ່ຍັງມີການນຳໃຊ້ ແລະ ມີການພົວພັນມາຕະຫລອດບໍ່ວ່າທາງດ້ານວັດຖຸ (ແຫລ່ງຊັບພະຍາກອນທາງທຳມະຊາດ) ກໍ່ຄືທາງດ້ານຈິດໃຈ (ແນວຄວາມເຊື່ອຖື) ກັບສະພາບແວດທຳມະຊາດ ຂອງເຂດພູຜາຫີນປູນ.
ໃນໄລຍະທີ່ຜ່ານມາ ບັນດາພາກສ່ວນທີ່ມີສ່ວນຮ່ວມໃນການເຄື່ອນໄຫວວຽກງານຂອງໂຄງການ ຫີນປູນ ກໍ່ໄດ້ ທຳການລິເລີ່ມວຽກງານ ການສຳຫລວດ ແລະ ເກັບກຳຂໍ້ມູນ ໃນພື້ນທີ່ເຂດພູຜາຫີນປູນນີ້. ຈາກຄວາມຮັບຜິດຊອບຂອງທັງສອງ ອົງການ ເຕຕຼັກຕິດສ໌ ໂດຍເປັນການສົມທົບກັບທາງອົງການ ອີເຟຼມິດສ໌ (IFREEMIS) ສະຖາບັນຝຶກອົບ, ການຄົ້ນຄວ້າ ວິທະຍາສາດກ່ຽວກັບຖໍ້າ), ກໍ່ມີການສຶກສາ ແລະ ເກັບກຳຂໍ້ມູນມາແລ້ວ ເພື່ອເຮັດໃຫ້ເຫັນໄດ້ ຈຸດພິເສດຂອງທຳມະຊາດຂອງເຂດພູຜາຫີນປູນ :
- ການສຳຫລວດ ກ່ຽວກັບມໍລະດົກທາງດ້ານທຳມະຊາດ ຂອງເຂດພູຜາຫີນປູນ
- ການສຶກສາ ແລະ ເກັບກຳຂໍ້ມູນ ກ່ຽວກັບຊົນຊາດຊົນເຜົ່າ ຂອງຊຸມຊົນທີ່ມີໃນພື້ນທີ່
- ການວິເຄາະທາງດ້ານເສດຖະກິດຂອງເຂດພູຜາຫີນປູນ
- ການສຶກສາ ແລະ ເກັບກໍາຂໍ້ມູນ ເພື່ອເປັນການສົມທຽບ ໂຄງຮ່າງ ແລະ ຮູບແບບຂອງການຈັດຕັ້້ງ ໃນເຂດປ່າສະຫງວນນັ້ນ
ຜົນສະຫລຸບທີ່ອອກມາຈາກການສຶກສາ ແລະ ເກັບກໍາຂໍ້ດັ່ງກ່າວ ກໍ່ຈະໄດ້ທຳການສັງລວມ ເພື່ອເປັນການກະກຽມໃຫ້ແກ້ການຮັບຮອງໃນລະດັບສາກົນ ໃນຕໍ່ໜ້າ ຂອງເຂດພູຜາຫີນປູນ ເພື່ອໃຫ້ມີຄວາມຮັບປະກັນ ໃນການອະນຸລັກ ແລະ ການນໍາໃຊ້ໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ ມໍລະດົກທີ່ມີ, ພ້ອມດຽວກັນນັ້ນ ກໍ່ໃຫ້ມີການຮັບປະກັນ ໃນການມີສ່ວນຮ່ວມຢ່າງແຂງແຮງ ຂອງຊຸມຊົນຊາວບ້ານ ໃນການບໍລິຫານ ແລະ ຈັດການໃນເຂດພື້ນທີ່ຂອງຕົນ.