ສວນພູມີສາດໂລກ (Géoparc) ເປັນພື້ນທີ່ໆ ຖືກຮັບຮູ້ຢ່າງເປັນທາງການ ຈາກຄວາມສວຍສົດງົດງາມຂອງທີວທັດທໍາມະຊາດ ແລະ ເປັນພື້ນທີ່ໆ ມີຄວາມສຳຄັນທາງດ້ານທໍລະນີວິທະຍາ ໃນລະດັບໂລກ. ສວນພູມີສາດໂລກ (Géoparc) ຈະມີການບໍລິຫານ ແລະ ຈັດການແບບມີສ່ວນຮ່ວມ, ມີການນຳໃຊ້ໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ ມໍລະດົກທາງດ້ານທຳມະຊາດທີ່ມີ ແລະ ດ້ວຍເປົ້າໝາຍໃນການພັດທະນາທີ່ຍືນຍົງໃນພື້ນທີ່ ກໍ່ເຮັດໃຫ້ເກີດທີຈຸດເດັ່ນດັ່ງກ່າວ, ທີ່່ນຳໄປສູ່ການຮັບຮູ້ຢ່າງເປັນທາງການຈາກການອະນຸມັດໃຫ້ເປັນ ສວນພູມີສາດໂລກ ຈາກທາງອົງການ ຢູເນັດສ໌ໂກ ທີ່ມີການກວດກາ ແລະ ອະນຸມັດຄືນ ໃນທຸກໆ 4 ປີ.
ໜ່ວຍງານ ສວນພູມີສາດໂລກ ຂອງອົງການ ຢູ່ເນັດສ໌ໂກ ໄດ້ຖືກສ້າງຕັ້ງຂຶ້ນມາໃນປີ 2001 ປະຕິບັດຕາມຂໍ້ຕົກລົງ ເພື່ອຜົນປະໂຫຍດ ແລະ ສິດທິຂອງພື້ນໂລກ ໃນປີ 1991, ມາຮອດປີ 2021 ທົ່ວໂລກມີການຂຶ້ນທະບຽນເປັນ ສວນພູມີສາດໂລກໄດ້ແລ້ວ, 169 ແຫ່ງທີ່ເປັນສວນພູມີສາດໂໍລກ ຂອງອົງການ ຢູເນັດສ໌ໂກ ທີ່ມີຢູ່ໃນ 48 ປະເທດ.
ສວນພູມີສາດໂລກ ເປັນພື້ນທີ່ໜຶ່ງ ທີ່ມີມໍລະດົກທາງດ້ານທໍລະນີວິທະຍາ ທີ່ມີລັກສະນະພິເສດ ທີ່ມີເງື່ອນໄຂສູງ ໃນການພັດທະນາທີ່ຍັ້ງຍືນ. ມັນແມ່ນຫລັກການທີ່ມີຄວາມແຕກຕ່າງກັນອອກໄປ ຂອງການຂຶ້ນທະບຽນເປັນມໍລະດົກໂລກຂອງອົງການ ຢູເນັດສ໌ໂກ. ສ່ວນປະກອບເພີ່ມເຕີມອື່ນໆ ທາງດ້ານທຳມະຊາດ, ທາງດ້ານວັດທະນະທຳ ແລະ ທາງດ້ານຮີດຄອງປະເພນີ, ທາງດ້ານວັດຖຸ ແລະ ທາງດ້ານຈິດໃຈກໍ່ໄດ້ປະກອບເພີ່ມເຕີມ ຄວາມມີຊື່ສຽງຂອງເຂດທີ່ມີຈຸດພິເສດດັ່ງກ່າວ. ການອະນຸມັດ ເປັນສວນພູມີສາດໂລກຂອງອົງການ ຢູເນັດສ໌ໂກ ຈະອີງໃສ່ສາມປັດໄຈຫລັກດັ່ງນີ້ :
- ສະພາບແວດລ້ອມທຳມະຊາດ ແລະ ການອະນຸລັກ: ສວນພູມີສາດໂລກ ເປັນພື້ນທີທາງດ້ານທໍລະນີ ວິທະຍາ ແລະ ເປັນພື້ນທີ່ໆ ຫາຍາກທາງດ້ານຄວາມສວຍສົດງົດງາມຂອງທັດສະນີຍະພາບຂອງທຳມະຊາດ, ທີ່ໄດ້ຮັບການບໍລິຫານ ແລະ ຈັດການຮ່ວມກັນຈາກທາງໜ່ວຍງານການຈັດຕັ້ງພາກລັດ ແລະ ດ້ວຍຄວາມເປັນໄປໄດ້ສຸດ ຈາກທາງປະຊາຊົນຊາວຊົນນະບົດ.
- ເປັນບ່ອນທຳການສຶກສາ : ສວນພູມີສາດໂລກ (ເຊໂອປັກ) ເປັນອົງປະກອບໜຶ່ງ ໃນການນຳໃຊ້ເປັນບ່ອນອີງ ສຳລັບການສຶກສາ ແລະ ການໃຫ້ຄວາມຮູ້ທີ່ດີ (ເປັນຕົ້ນກໍ່ແມ່ນການໃຫ້ຄວາມຮູ້ແກ່ຈຳພວກຊາວໜຸ່ມ) ແລະ ໃຫ້ຄວາມຮູ້ແກ່ນັກທ່ອງທ່ຽວ.
- ການພັດທະນາທີ່ຍືນຍົງດ້ວຍການທ່ອງທ່ຽວເຂົ້າໃນຖໍ້າ : ຖືກນຳໃຊ້ ເປັນເໝືອນພື້ນຖານ ຂອງການພັດທະນາໃນພື້ນທີ່ໃດໜຶ່ງ ແລະ ເປັນການສົ່ງເສີມໃຫ້ແກ່ຊາວບ້ານ, ທີ່ຈະເປັນການສ້າງວຽກເຮັດງານທຳ (ເຊັ່ນ ວຽກງານກະສິກຳ, ການຫັດຖະກຳ). ນອກຈາກນັ້ນອີກ ມັນກໍ່ຈະເປັນການເຮັດໃຫ້ເກີດມີຄວາມຍືນຍົງ ແລະ ເຮັດໃຫ້ມີການນໍາໃຊ້ໃຫ້ເກີດມີຜົນປະໂຫຍດ ຮິດຄອງປະເພນີ ແລະ ພູມປັນຍາຂອງທ້ອງຖິ່ນ, ແລະ ເບື້ອງໜຶ່ງກໍ່ຍັງເປັນການສ້າງລາຍຮັບທີ່ມີຄວາມໝັ້ນຄົງໃຫ້ແກ່ຊາວບ້ານອີກນຳ.