ທັດສະນີຍະພາບຂອງທຳມະຊາດຂອງເຂດພູຜາຫີນປູນ ທີ່ເຮົາເຫັນຢູ່ໃນປະຈຸບັນນີ້ ມັນເປັນຜົນເກີດຂຶ້ນມາຈາກການປະສົມປະສານ ແລະ ສົມທົບກັນ ເປັນຢ່າງດີຂອງທັງສອງເຫດການ : ເຫດການທາງທຳມະຊາດ ແລະ ເຫດການທີ່ເກີດຂຶ້ນຈາກຝີມືຂອງມະນຸດ.
ຢູ່ເຂດພູຜາຫີນປູນ ອິດທິພົນຂອງມະນຸດທີ່ມີຕໍ່ ສະພາບແວດລ້ອມທຳມະຊາດ ເປັນເຫດການທີ່ຂ້ອນຂ້າງຈະເກີດຂຶ້ນມາໃນໄລຍະໃໝ່ : ຄົນຈະເຂົ້າມາອາໄສຢູ່ໃນເຂດພູຜາຫີນປູນ ເບື້ອງຕົ້ນເປັນການຫລົບຫລີກໄພຕ່າງໆ ຕໍ່ຈາກນັ້ນກໍ່ເປັນການຕັ້ງຫລັກຕັ້ງຖານຢູ່ເລີຍ. ໃນການດຳລົງຊີວິດຂອງຄົນ ຢູ່ໃນເຂດພູຜາຫີນປູນນິ້ ກໍ່ແມ່ນອາໄສສາຍນໍ້າ ຕໍ່ຈາກນັ້ນກໍ່ມີການການປູກຝັງ ແລະ ລ້ຽງສັດໃນເຂດທີ່ເປັນທົ່ງພຽງຂອງເຂດພູຫີນປູນ. ປ່າໄມ້ຂອງເຂດພູຫີນປູນ ຍັງເປັນແຫລ່ງສະໜອງຜະຫຼິດຕະພັນທີ່ເປັນເຄື່ອງປ່າຂອງດົງໃຫ້ແກ່ຊາວບ້ານຂອງເຂດພູຫີນປູນນີ້ຢູ່ ເຂົາເຈົ້າຈະເຂົ້າໄປລ່າເນື້ອ, ຫລື ເຂົ້າໄປເກັບເຄື່ອງປ່າຂອງດົງ. ສະພາບຂອງການພົວພັນກັນ ລະຫວ່າງ ຄົນ ແລະ ສະພາບແວດລ້ອມທຳມະຊາດດັ່ງກ່າວ ແມ່ນມີຫລາຍແນວຕື່ມ ນອກຈາກໄມ້. ຕົວຈິງແລ້ວ ໃນເຂດນີ້ ຍັງມີເລື່ອງລາວຕ່າງໆ ກ່ຽວກັບແນວຄວາມເຊື່ອຖືຂອງຊາວບ້ານ ແລະ ສິ່ງສັກສິດ ທີ່ສະແດງໃຫ້ເຫັນເຖິງການພົວພັນທີ່ມີ ລະຫວ່າງຄົນ ແລະ ພູຜາຫີນປູນ. ຍ້ອນເປັນທີ່ມາຂອງແນວຄວາມເຊື່ອຖືຂອງຄົນທີ່ມີ່ໃນເຂດນີ້, ຍ້ອນເປັນເຂດທີ່ມີຖໍ້າ, ຍ້ອນມີຮູບຮ່າງພາຍນອກທີ່ແປກປະຫລາດ ຈາກການຊະລ້າງຂອງນໍ້າ ຊາວບ້ານກໍ່ເລີຍກຳນົດເອົາເປັນບ່ອນຫລົບໄພ, ເປັນບ່ອນລີ້ຊ່ອນຂອງກອງກຳລັງຂາ້ເສິກຕ່າງໆ ຫລື ເປັນບ່ອນທີ່ພັກກາງທາງຂອງພວກພໍ່ຄ້າໃນສະໄໝກ່ອນ. ອົງປະກອບຮູບຮ່າງ ສ່ວນໃຫຍ່ຂອງເຂດພູຜາຫີນປູນ ແມ່ນຈະມີຖໍ້າ ເປັນຈຳນວນຫລວງຫລາຍ ແລະ ຖໍ້າບາງແຫ່ງໃນໄລຍະທີ່ຜ່ານມາ ກໍ່ຍັງມີການນຳໃຊ້ ເປັນທີ່ພັກອາໄສອີກນຳ.
ໃນເມື່ອກ່ອນ ເຂດພູຜາຫີນປູນມີການນຳໃຊ້ ເປັນບ່ອນຫລົບໄພຕ່າໆ ຂອງຄົນໃນແຕ່ລະຍຸກ ແຕ່ລະສະໄໝ